ຄາດວ່າໃນປີ 2023 ຈະໄດ້ນຳໃຊ້ນ້ຳມັນແອັດຊັງຄຸນນະພາບສູງ ທີ່ຜະລິດຢູ່ ສປປ ລາວ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືກັນໃນການສຶກສາ ແລະ ພັດທະນາໂຄງການພະລັງງານຊີວະພາບ (ນ້ຳມັນໄບໂອ ອອຍ) ລະຫວ່າງ ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ແລະ ບໍລິສັດ ກ່າຍອາ ເປໂຕຣ ຈຳກັດ (ສ ເກົາຫຼີ) ໄດ້ຈັດຂຶ້ນວັນທີ 6 ມິຖຸນາ 2022 ທີ່ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ນະຄອນຫຼວງວຽງຈັນ ຮ່ວມລົງນາມໃນເອກະສານ ມີຂຶ້ນລະຫວ່າງທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ທ່ານ ຊຳ ແມງ (Sam Maeng) ປະທານສະມາຄົມອຸດສາຫະກຳ ແລະ ແລກປ່ຽນວັດທະນະທຳ ສ ເກົາຫຼີ-ລາວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ສິດທິ ສີລາເພັດ ປະທານບໍລິສັດ ສັກສິດ ທີ່ປຶກສາ ແລະ ການຄ້າ ຈຳກັດຜູ້ດຽວ ກ່າວວ່າ: ໂຄງການດັ່ງກ່າວນີ້ ເປັນໂຄງການໜຶ່ງທີ່ສຳຄັນ ທີ່ຈະຊ່ວຍພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ ໃນການຫຼຸດຜ່ອນ ແລະ ບໍ່ນຳເຂົ້າລະບົບເພິ່ງພາພະລັງງານນ້ຳມັນຈາກຕ່າງປະເທດ ຫຼັກໆກໍຄືພະລັງງານນ້ຳມັນເຊື້ອໄຟທີ່ໃນປັດຈຸບັນມີການຂາດແຄນໜັກຫຼາຍສົມຄວນ ເຊິ່ງການນຳເຂົ້ານ້ຳມັນເຊື້ອໄຟທັງໝົດແມ່ນນຳເຂົ້າມາຈາກຕ່າງປະເທດ 100% ໂຄງການພະລັງງານຊີວະພາບຂອງພວກເຮົາ ແມ່ນໄດ້ພະລັງງານມາຈາກທຳມະຊາດ 2 ແຫຼ່ງຄື: ພະລັງງານຈາກການເຜົາໄໝ້ ແລະ ພະລັງງານຈາກການໝັກດອງ (ທາດເຫຼົ້າ) ໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດ ເຊິ່ງນໍ້າມັນທີ່ຜະລິດໄດ້ນັ້ນ ຈະມີຄຸນນະພາບສູງກວ່ານ້ຳມັນແອັດຊັງທຳມະດາທົ່ວໄປ.

    ພາຍຫຼັງທີ່ເຊັນບົດບັນທຶກນີ້ແລ້ວ ພວກເຮົາຈະໃຊ້ເວລາປະມານ 3 ເດືອນ ໃນການສຶກສາໂຄງການ ເຊິ່ງຂໍ້ມູນ ແລະ ລາຍລະອຽດຕ່າງໆນັ້ນແມ່ນກໍມີຄົບແລ້ວ ເພື່ອໃຫ້ມັນສອດຄ່ອງກັບນະໂຍບາຍຂອງການລົງທຶນ ພວກເຮົາກໍຈະໃຊ້ເວລາໃນສຶກສາໂຄງການນີ້ກ່ອນ ໃນກຳນົດເວລາ 3 ເດືອນ ເຊິ່ງພວກເຮົາມີຄູ່ຮ່ວມງານທີ່ດີຄື: ບໍລິດສັດລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ທີ່ມີກຳລັງແຮງດ້ານການຕະຫຼາດ ມີສາງເກັບນ້ຳມັນຢູ່ແລ້ວ ພຽງເພີ່ມເຕັກໂນໂລຊີ ເຄື່ອງຈັກ ແລະ ວັດຖຸມາປະກອບເຂົ້າກັນ ກໍຈະເຮັດໃຫ້ການຜະລິດນ້ຳມັນໄວຂຶ້ນກວ່າເກົ່າ ສຳລັບມູນຄ່າການລົງທຶນໃນເບື້ອງຕົ້ນ ປະມານ 15 ລ້ານໂດລາສະຫະລັດ ສ່ວນກຳລັງການຜະລິດແມ່ນ 1 ລ້ານລິດຕໍ່ມື້ ແລະ ໃນໜຶ່ງເດືອນ ຈະສາມາດຜະລິດນ້ຳມັນພຽງແຕ່ 25 ວັນ ສະເລ່ຍແມ່ນຜະລິດໄດ້ 25 ລ້ານລິດຕໍ່ເດືອນ. ໂຮງງານຜະລິດນ້ຳມັນໃນເບື້ອງຕົ້ນ ແມ່ນຈະເອົາສາງເກັບນ້ຳມັນທີ່ບໍ່ໄດ້ໃຊ້ຢູ່ເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນບ່ອນຜະລິດກ່ອນ ໂດຍຈະຜະລິດໄວທີ່ສຸດແມ່ນນ້ຳມັນແອັດຊັງ ເຊິ່ງວັດຖຸດິບແມ່ນຈະນຳເຂົ້າມາຈາກຕ່າງປະເທດທັງໝົດ ໂດຍສະເພາະແມ່ນເຫຼົ້າແອັດຕໍນໍ ທີ່ຜະລິດມາຈາກມັນຕົ້ນ ແລະ ອ້ອຍ ຄາດວ່າໃນປີ 2023 ທົ່ວປະເທດຈະໄດ້ນຳໃຊ້ນ້ຳມັນແອັດຊັງຄຸນນພາບສູງ ທີ່ຜະລິດຈາກພະລັງງານຊີວະພາບ ຢູ່ໃນ ສປປ ລາວ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!